ໄຮຕີ ມີນາຍົກລັດຖະມົນຕີຄົນໃໝ່
ອີງຕາມລາຍງານຈາກວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ໃນວັນທີ 1 ພຶດສະພາ 2024 ຜ່ານມານີ້ວ່າ: ໄຮຕິ ໄດ້ແຕ່ງຕັ້ງ
ນາຍົກລັດຖະມົນຕີຄົນໃໝ່ ໂດຍແມ່ນທ່ານ ຟຣິສ໌ ເບເລ ໄຊຣ໌ (Fritz Belizaire) ອະດີດລັດຖະມົນຕີກະຊວງກິລາ ຂຶ້ນເປັນ
ນາຍົກລັດຖະມົນຕີຄົນໃໝ່, ແທນທ່ານ ແອເຣວ ເຮນຣີ (Ariel Henry).
ຂໍ້ຕົກລົງດັ່ງກ່າວ ໄດ້ມີຂຶ້ນໃນກອງປະຊຸມທີ່ຖືກຈັດຂຶ້ນຢູ່ຫ້ອງວ່າການນາຍົກລັດຖະມົນຕີ ໄຮຕີ ທີ່ຕັ້ງຢູ່ນະຄອນຫຼວງ ປັອກ
ໂອ ແປຣງ (Port-au-Prince), ພາຍຫຼັງທີ່ທ່ານຖືກສະເໜີຕົວຢ່າງເປັນທາງການ ໂດຍສະພາປັບປ່ຽນຜູ້ນຳ (CPT) ແລະ
ທ່ານ ນາຍົກລັດຖະມົນຕີ Ariel Henry ຖະແຫຼງລາອອກຈາກຕຳແໜ່ງໄດ້ 5 ວັນ.
ໃນວັນດຽວກັນ, ທ່ານອະດີດສະພາສູງ ໄຮຕີ ເອດກາດ ເລແບລງ ຟິລ (Edgard Leblanc Fils) ກໍ່ໄດ້ຮັບການແຕ່ງຕັ້ງ
ໃຫ້ດຳລົງຕຳແໜ່ງເປັນປະທານ CPT. ກ່ອນໜ້ານັ້ນ, CPT ໄດ້ເຮັດວຽກກັບບັນດາຜູ້ບັນຊາການຂັ້ນສູງຂອງຕຳຫຼວດແຫ່ງຊາດ
ແລະ ກຳລັງປະກອບອາວຸດ ໄຮຕີ ແນໃສ່ຊອກຫາມາດຕະການຟື້ນຟູຄວາມໝັ້ນຄົງພາຍໃນປະເທດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/05/2024